ສາລະໜ້າຮູ້

ຂົວລົດໄຟລາວ-ຈີນ ສູງຕິດສະຖິຕິໂລກ

ສຳນັກຂ່າວ CGTN ຂອງຈີນໄດ້ເຜີຍແຜ່ວິດີໂອການກໍ່ສ້າງລົດໄຟຢູ່ເມືອງ ຢວນຈຽງ ມົນທົນ ຢຸນນານ ທາງພາກໃຕ້ຂອງຈີນ ທີ່ເປັນການກຽມຄວາມພ້ອມສຳລັບການສ້າງທາງລົດໄຟ ເຊິ່ງເປັນສ່ວນໜຶ່ງຂອງໂຄງການສ້າງລົດໄຟລາວ-ຈີນ ໂດຍມີຄວາມຍາວທັງໝົດ 832.2 ແມັດ, ມີຄານກາງຍາວ 249 ແມັດ ແລະ ສູງເຖິງ 154 ແມັດ ຖືວ່າເປັນໜຶ່ງໃນຂົວລົດໄຟທີ່ສູງເປັນສະຖິຕິໂລກ.

➤ ເລ້ຫຼ່ຽມຂອງຄົນ

"ຢ່າເຊື່ອແຕ່ຄົນປາກຫວານ........ໃຈມານ.........ຍິ້ມສະງ່າ

ເວົ້າວ່າແຕ່ຄຳດີໆ...................ຜົນບໍ່ມີ..........ມືບໍ່ເຮັດ

ໄດ້ແຕ່ເບັດຄວາມຈິງ................ປັ້ນນໍ້າ........ໃຫ້ເປັນຕ່ອນ

ຢ່າອອນຊອນພວກນີ້.............ສາມສິບກ່ວາປີ....ບໍ່ເຫັນຜົນ....ທ່ານເອື້ຍ..."

ຂໍ້ມູນຈາກ: @DPT studio - ເດັກພັດຖິ່ນສະຕູດີໂອດິນແດນໃບຊາ 1000 ປີ

ມື້ນີ້ ມີຂໍ້ຄິດດີໆມາໃຫ້ອ່ານ ຂໍ້ຄວນຄິດໃນໄວຮຽນ ຫຼື ຄວນຮູ້ກ່ອນຈະສາຍເກີນໄປ ກ່ອນອາຍຸ 40 ປີ

    1.    ບໍ່ຕ້ອງຕັ້ງໃຈຮຽນຫຼາຍເກີນໄປ ໃນສາຍວິຊາທີ່ຕົນເອງເລືອກ ແຕ່ປັດຈຸບັນ ເອົາໃຫ້ພຽງແຕ່ສາມາດຊອກວຽກທີ່ດີເຮັດກໍພໍ ເພາະໂລກແຫ່ງຄວາມເປັນຈິງເບີງກັນທີ່ຜົນງານ ບໍ່ແມ່ນລະດັບການສຶກສາ ຫຼື ຄະແນນ

    2.    ການເຮັດກິດຈະກໍາໃນຮົ້ວໂຮງຮຽນນັ້ນ ສໍາຄັນເທົ່າກັບການໃສ່ໃຈໃນຕໍາລາຮຽນ

    3.    ເລືອກວຽກທີ່ເຮົາມັກເຮັດໃຫ້ໄດ້ ແຕ່ຢ່າລືມວ່າ ອາຊີບນັ້ນສາມາດລ້ຽງໂຕເອງໄດ້ ຫຼື ບໍ? ຖ້າບໍ່ ກໍຢ່າດອກຕົນເອງເລີຍ

    4.    ເມື່ອເຖີງໄວເຮັດວຽກ ໃຜອອມເງິນກ່ອນ ລວຍໄວກ່ອນ ແລະ ສິ່ງສໍາຄັນທີ່ຕ້ອງຈື່ຂື້ນໃຈຄື ຊີວິດທີ່ບໍ່ມີໜີ້ ຄືຊີວິດທີ່ປະເສີດທີ່ສຸດ.

     5.    ຊອກເປົ້າໝາຍໃນຊີວິດໃຫ້ພົບໃຫ້ໄວທີ່ສຸກ ເພາະມັນຈະເປັນເຄືອງນໍາທາງຂອງທ່ານຕະຫຼອດໄປ.

     6.    ຊື້ເຮືອນກ່ອນ ແລ້ວຈື່ງຂື້ລົດ ເພາະເຮືອນມີແຕ່ຈະສ້າງມູນຄ່າາສູງຂື້ນເລື້ອຍໆ ສ່ວນລົດມູດຄ່າຈະຫຼຸດລົງ ຊື່ມັນກະຍັງບອກແລ້ວວ່າ ລົດໆ 

     7.    ດອກເບ້ຍເຮືອນນັ້ນມະຫາສານ ຈື່ງໃຊ້ໃຫ້ໝົດໂດຍໄວ ກ່ອນທີ່ຈະເຖົ້າກ່ອນ ແລ້ວຜ່ອນບໍ່ໄຫວ.

     8.    ການທ້ອນເງິນເປັນພຽງຂັ້ນໃດຂັ້ນທໍາອິດສູ່ຄວາມລໍ້າລວຍ ແຕ່ຂັ້ນຕໍ່ມາຄື ຕ້ອງຮູ້ຈັກລົງທຶນ ແລະ ຢ່າລືມຄົບກັບຜູ້ທີ່ຈະເປັນທີ່ປືກສາການເງິນໄວ້ເປັນໝູ່.

     9.    ຢ່າເປັນສັດຕູກັບໃຜກໍຕາມໃນໂລກ ເພາະທ່ານຈະບໍ່ຮູ້ໄດ້ວ່າມື້ໜື່ງເຂົາອາດຈະຍີ່ງໃຫຍ່ຂື້ນຈົນອາດສາມາດກັບຄືນມາທໍາຮ້າຍທ່ານໄດ້.

     10. ການມີສາຍສໍາພັນ ເປັນສີ່ງສໍາຄັນຫຼາຍຕໍ່ໃຫ້ເກັ່ງພຽງໃດກໍສູ້ການມີໝູ່ຫຼາຍບໍ່ໄດ້

     11. ຄວນມີວຽກເຮັດຫຼາຍກ່ວາ 1 ວຽກເພາະຄວາມໝັ້ນຄົງບໍ່ເຄີຍມີຢູ່ໃນໂລກນີ້.

     12. ຢ່າຄິດວ່າໂຕເອງເຮັດສິ່ງໃດສິ່ງໜື່ງໄດ້ພຽງແຕ່ຢ່າງດຽວ ເພາະຄວາມສາມາດຂອງຄົນເຮົາມີຫຼາຍກ່ວາ 1 ສະເໝີ

     13. ເມື່ອມີໂອກາດໃດກໍຕາມເຂົ້າມາ ຈົ່ງຢ່າປະຕິເສດ ເຖິງຈະລົ້ມເລີກ ແຕ່ມັນກໍຄືປະສົບການ.

     14. ສ້າງໃຫ້ຕົນເອງມີຖານະໂດຍໄວທີ່ສຸດໃນຂະນະທີ່ທ່ານຍັງມີກໍາລັງ ຍັງໝຸ່ມນ້ອຍ ເພາະການຜ່ານຜ່າອຸປະສັກໃນເວລາທີ່ທ່ານມີອາຍຸຫຼາຍນັ້ນ ບໍ່ແມ່ນເລື້ອງດີ

     15. ອອກເດີນທາງທ່ອງທ່ຽວຕັ້ງແຕ່ຍັງໜຸ່ມ ເພາະເມື່ອມີຄອບຄົວການເດີນທາງຈະເປັນເລື່ອງຫຍຸ້ງຍາກ.

     16. ເລືອກຄູ່ຊີວິດ ຈົ່ງຄິດໃຫ້ດີໆ ຢ່າງເບີ່ງແຕ່ຂໍ້ດີຂອງເຂົາ ແຕ່ຕ້ອງເບີ່ງອີກວ່າ ເຮົາສາມາດຮັບຂໍ້ເສຍຂອງເຂົາໄດ້ຫຼາຍສໍາໃດ.

     17. ການມີແຟນ ຫຼື ຄູ່ຄອງ ຍັງຢ່າຮ້າງກັນໄດ້ ແຕ່ຄວາມເປັນພໍ່ແມ່ລູກນັ້ນ ປະກັນບໍ່ໄດ້ ສະນັ້ນຄວນໃສ່ໃຈພວກເຂົາໃຫ້ດີໆ

     18. ຄວາມສໍາເລັດຫຼາຍຢ່າງພຽງໃດ ກໍບໍ່ສາມາດທົດແທນຄວາມລົ້ມເລີກຂອງຄອບຄົວໄດ້.

     19. ລອງໃຊ້ເວລາວ່າງ ໂດຍບໍ່ຕ້ອງເຮັດຫຍັງລອງເບີ່ງ ຢ່າແບກໂລກໄວ້ຢູ່ຄົນດຽວ ແລະ ວຽກກໍບໍ່ແມ່ນທຸກຢ່າງຂອງຊີວິດ.

     20. ສຸຂະພາບເປັນເລື່ອງສໍາຄັນອັນໜື່ງ ຈົ່ງຮັກສາໂຕເອງໃຫ້ຫຼາຍເມື່ອຍັງເປັນໄວລຸ້ນ ແລະ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ.

➽ ປະຫວັດແລະຄວາມເປັນມາຂອງຊົນເຜົ່າລື້

http://raolaungmaunglaos.com/wp-content/uploads/2017/12/

ไม่มีความคิดเห็น:

แสดงความคิดเห็น