IT ອັບເດດ



 All Program


รูปภาพที่เกี่ยวข้อง

Activate  Windows 10 Pro  Download


➥PhotoScape ແຕ່ງຮູບພາບສະໄລ
ผลการค้นหารูปภาพสำหรับ photoscape

    ➲PhotoScape Downlaod








ຄອມພິວເຕີແມ່ນຫຍັງ?



Computer ມາຈາກຄໍາວ່າComputer
ເຊິ່ງແປວ່າການຄໍານວນ ດັ່ງນັ້ນຄວາມຫມາຍຂອງ computerໂດຍ ລວມຈຶ່ງແມ່ນ ເຄື່ອງຄໍານວນເອເລັກໂຕຣນິກ ທີ່ສາມາດຄໍານວນຜົນ ແລະປຽບທຽບຄ່າຕາມຄໍາສັ່ງ ດ້ວຍຄວາມໄວສູງຢ່າງຕໍ່ເນື່ອງ ແລະເປັນ ໄປຢ່າງອັດຕະໂນມັດ.
ເຄື່ອງຄໍານວນອັນທໍາອິດຂອງ ໂລກແມ່ນລູກຄິດ (Abacus)
ເຊິ່ງແມ່ນຊາວຈີນເປັນຜູ່ຄິດຄົ້ນຂຶ້ນມາເມື່ອ 500 ປີ ກ່ອນຄ.ສ.

ການພັດທະນາຂອງຄອມພິວເຕີ

ຄອມພິວເຕີເຄື່ອງທໍາອິດຂອງໂລກແມ່ນຖືກສ້າງຂຶ້ນໃນປີ  1946 ມີຊື່ວ່າ: ENIAC(Electron Numerical Integrator and Calculator) ມີນໍ້າຫນັກ  30  ໂຕນ  ເປັນຜົນງານຂອງທະຫານອາເມຣິກາ ທີ່ສ້າງຂຶ້ນມາໃຊ້ໃນສົງຄາມໂລກຄັ້ງທີສອງ.


➤ການພັດທະນາຂອງຄອມພິວເຕີ

>> ຍຸກທີ  1  (ຄສ 1954-1958) ເປັນຍຸກຄອມພິວເຕີແບບໃຊ້
ຫລອດສູນ ຍາກາດ  (Vacuum Tube) ເຊິ່ງໂຕເຄື່ອງມີຂະຫນາດໃຫຍ່ ໃຊ້ໄຟຟ້າຫລາຍ ເຮັດໃຫ້ມີຄວາມຮ້ອນສູງ

ຍຸກທີ2  (ຄສ 1959-1964) ເປັນຍຸກຄອມພິວເຕີທີ່ໃຊ້
Transistor  ເປັນວົງຈອນ  ແລະໃຊ້ວົງແຫວນແມ່ເຫລັກເປັນ
ຫນ່ວຍຄວາມ ຈໍາ  ເຮັດໃຫ້ໂຕເຄື່ອງນ້ອຍກວ່າຍຸກທໍາອິດ  ໃຊ້ໄຟຟ້າ
ຫນ້ອຍລົງ ແລະມີຄວາມຊັດ ເຈນໃນການປະມວນຜົນຫລາຍຂຶ້ນ.
ການພັດທະນາຂອງຄອມພິວເຕີ
>>ຍຸກທີ  3  (ຄສ 1965-1970) ເປັນຍຸກທີ່ໃຊ້ວົງຈອນ IC(Integrated Circuit)ເຊິ່ງນໍາໃຊ້ສານເຄິ່ງຕົວນໍາມາບັນຈຸວົງຈອນ  Logicໄວ້ແລ້ວພິມລົງແຜ່ນຊິລິຄອນ  (Silicon)  ເອີ້ນວ່າ “Chip”

>>ຍຸກທີ 4 (ຄສ 1971-1980) ເປັນຍຸກທີ່ໃຊ້ວົງຈອນ LSI (Large-
Scale Integrated Circuit)  ເປັນການລວມເອົາວົງຈອນ  IC
ຫລາຍໆໂຕມາໄວ້ໃນ Chip  ນຶ່ງອັນ  ເຊິ່ງໃນຍຸກນີ້ເອງທີ່ CPU  ຫລື
Micro Processor ຖືກາເນີດຂຶ້ນ.

➤ການພັດທະນາຂອງຄອມພິວເຕີ

>> ຍຸກທີ  5  (ຄສ 1981-ປັດຈຸບັນ) ເປັນຍຸກຄອມພິວເຕີທີ່ໃຊ້ວົງຈອນ VLSI (Very Large-Scale Integrated Circuit)ເປັນການ ພັດທະນາMicroprocessor ໃຫ້ມີປະສິດທິພາບເພີ່ມຂຶ້ນອີກ.
ປະເພດຂອງຄອມພິວເຕີ


ຄອມພິວເຕີສາມາດຈໍາແນກໄດ້ 4ປະເພດໃຫຍ່ດັ່ງນີ້:
1. Super Computer
2. Mainframe Computer
3. Mini Computer
4. Micro Computer
        Personal Computer (PC)
        Notebook / Net book Computer
        Personal Digital Assistant (PDA)
        Tablet Computer







ຄີລັດເທີງ Windows

ผลการค้นหารูปภาพสำหรับ วินโดวส์ 10



ຄີລັດເທີງ Windows  ຖຶກໃສ່ເຂົ້າມາເພື່ອໃຫ້ເຮົາໃຊ້ງານໄດ້ສະດວກສະບາຍ ແລະ ໄວຂື້ນໃນການເຮັດວຽກ ຊື່ງສໍາຫຼັບWindows 10 ກໍໃສ່ຄີລັດທີ່ໜ້າສົນໃຈຫຼາຍເຖີງ 21 ຮູບແບບ ໂດຍບາງໂຕເຮົາກໍຄຸ້ນເຄີຍກັນຢ່າງດີຢູ່ລ້ວ ຢ່າງເຊັ່ນ Ctrl + C ແລະ Ctrl +V ເພື່ອກອບປີ້ ແລະ ວາງແຕ່ຫຼາຍໂຕເຮົາອາດຍັງບໍ່ທັນຮູ້ກັນ ດັ່ງນັ້ນເຮົາມາເບີ່ງກັນວ່າ 21 ຄີລັດ ເທີງWindows 10 ທີ່ຄວນຮູ້

        ຄີລັດ                     ຜົນທີ່ເກີດຂື້ນ

Windows key + A          ເປີດ Action center
Windows key + C          ເປີດ Cortana ໃນສະຖານະພ້ອມສົນທະນາກັບເຈົ້າຂອງເຄື່ອງ
Windows key + D          ເຊື່ອງ ແລະ ເປີດໜ້າຕ່າງທັງໝົດພ້ອມກັນ
Windows key + E          ເປີດໜ້າຕ່າງ File Explorer
Windows key + H          ເປີດແຖບສໍາຫຼັບ Share
Windows key + I           ເປີດໜ້າ Settings
Windows key + L          ລອກຄອມພີວເຕີ ຫຼືສະຫຼັບບັນຊີ
Windows key + S          ເປີດຟັງຊັນ Search
Windows key + ຕົວເລກ   ເປີດໂປຼແກມທີ່ເຮົາປັກໝຸນໄວ້ເທີງTaskbar ຕາມລໍາດັບ
Windows key + ລູກສອນ  ຫຍໍ້ໜ້າຕ່າງວຽກງານໄປເບື້ອງຊ້າຍ ຂາ ໝຸນ ຂະຫຍາຍ ແລະ ຫຍໍ້
Windows key + Comma ( ຄ້າງໄວ້ ) ເຊື່ອງໜ້າຕ່າງທັງໝົດເອົາໄວ້ຊົ່ວຄາວ
Windows key + Ctrl +D  ເພີ່ມ Desktop
Windows key + Ctrl + ລູກສອນ ຊ້າຍ ຫຼື ຂວາ ສະຫຼັບໜ້າ Desktop
Windows key + Enter     ເປີດໂໝດຊ່ວຍຄົນຕາບອດ
Windows key + Home    ເກັບໜ້າຕ່າງໂປຼແກມທຸກອັນຍົກເວັ້ນອັນທີ່ກໍາລັງເຮັດວຽກຢູ່
Windows key + PrtScn   ຈັບພາບໜ້າຈໍ
Windows key + Shift + ລູກສອນຂື້ນ  ຂະຫຍາຍໜ້າຕ່າງໂປຼແກມໃຫ້ເຕັມຈໍໃນແນວຕັ້ງ
Windows key + Tab        ເປີດ Task view
Ctrl + Shift + Esc            ເປີດ Task Manager
Alt +Tab                        ສະຫຼັບແອບໆ
Ctrl + Alt +Tab               ເບີ່ງແອບໆ ທີ່ເປີດທັງໝົດ


ເຮົາຈະເຫັນວ່າ ຖືເປັນໂຕຊ່ວຍສໍາຫຼັບຜູ້ໃຊ້ເຄື່ອງ Windows 10 ທີ່ບໍ່ແມ່ນໜ້າຈໍສໍາຜັດໄດ້ເປັນຢ່າງດີ ເຮັດໃຫ້ເຮັດວຽກໄດ້ໃນ Windows 10 ໄດ້ງ່າຍຂື້ນຫຼາຍ


ຂໍ້ມູນຈາກ: @DPTstudio - ເດັກພັດຖິ່ນ ສະຕູດີໂອ ດິນແດນໃບຊາ 1000 ປີ
               ------------------------------------------------------------------

ไม่มีความคิดเห็น:

แสดงความคิดเห็น