ຂ່າວດ່ວນ

 

⇛ ສະຫະລັດ ອອກມາເຕືອນຫ້າມໃຊ້ໂທລະສັບ ຫົວເວີ່ຍ ຂອງຈີນ ເພາະອາດຈະຖືກລັກເອົາຂໍ້ມູນ


ສະຫະລັດອອກມາເຕືອນຫ້າມໃຊ້ໂທລະສັບ ຫົວເວີ່ຍ ຂອງຈີນ ເພາະອາດຈະຖືກລັກເອົາຂໍ້ມູນ









ແຈ້ງການ ກ່ຽວກັບການປັບຂື້ນລາຄາບັດຂີ່ລົດເມສຳລັບນັກສຶກສາ

ເລີ່ມແຕ່ວັນທີ 01/01/2018 ເປັນຕົ້ນໄປ ຄ່າລົງທະບຽນເຮັດບັດຂີ່ລົດເມສຳລັບນັກສຶກສາແມ່ນ 600,000 ກີບ/ 01 ປີ; ລາຄາ 350,000 ກີບ/ 06 ເດືອນ ແລະ ລາຄາ 250,000 ກີບ/ 03 ເດືອນ.

http://raosukunfung.com/wp-content/uploads/2017/12/

http://raosukunfung.com/wp-content/uploads/2017/12/


➥ເມືອງປາກເຊກຽມພ້ອມ 100% ເພື່ອປະກາດເປັນນະຄອນ

https://3.bp.blogspot.com/-MpVhmPgOyFI/WkIHVdEuAaI/AAAAAAAAFI0/mcQ_juNRlsQ_IeRPablEETajkfym1oGKQCLcBGAs/s1600/

ເມືອງປາກເຊກຽມພ້ອມ 100% ເພື່ອປະກາດເປັນນະຄອນ



ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ ເພື່ອຮັບປະກັນເຮັດໃຫ້ຕົວເມືອງ ກໍ່ຄືນະຄອນມີຄວາມສີວິໄລ.


ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆປາກເຊ ໃຫ້ຮູ້ວ່າ: ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນປາກເຊ ແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນຄື: ເປັນເມືອງທີ່ມີພົນລະເມືອງແຕ່່ 60 ພັນຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງມີ 25 ພັນຄົນຂຶ້ນໄປ. ມີຄວາມໜາແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງແຕ່ 900 ຄົນຂຶ້ນໄປຕໍ່ກິໂລແມັດ. ມີຈໍານວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ ບໍ່ເກີນ 25% ຂອງຈໍານວນພົນລະເມືອງທັງໝົດ. ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ. ເປັນບ້ານພັດທະນາທັງໝົດ. ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.


https://2.bp.blogspot.com/-tcKmVDkFW94/WkIHevFQ5yI/AAAAAAAAFI4/qjcL5lD8v-YJhhvrHihpCFzR6yoTnuCxgCLcBGAs/s1600/

ທ່ານ ສຸລິວັນ ສະຫວັດທະສິນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນອະນຸກໍາມະການຮັບຜິດຊອບການກະກຽມສ້າງຕັ້ງເມືອງປາກເຊ ໃຫ້ກາຍເປັນນະຄອນປາກເຊ ແມ່ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໃຫ້ມີຜົນສໍາເລັດ ແລະ ມີຄວາມພ້ອມໃນແຕ່ລະດ້ານ ຄື: ອະນຸກໍາມະການກອງເລຂາຊ່ວຍວຽກ, ອະນຸກໍາມະການຄົ້ນຄ້ວາໂຄງປະກອບກົງຈັກການຈັດຕັ້ງຂອງເທດສະບານ ແລະ ນະຄອນ, ອະນຸກໍາມະການຄົ້ນຄ້ວາການກໍານົດເຂດແດນ ແລະ ພື້ນທີ່ເທດສະບານ-ນະຄອນ, ອະນຸກໍາມະການແບ່ງຂັ້ນຄຸ້ມຄອງທາງດ້ານການເງິນ, ອະນຸກໍາມະການຄົ້ນຄ້ວາສ້າງນິຕິກໍາກ່ຽວກັບເທດສະບານ ແລະ ນະຄອນ.

https://2.bp.blogspot.com/-v2NfqGWLE1k/WkIHh25dejI/AAAAAAAAFI8/YcomB1hxQ8ohZTdDCGOVO1B1y6NmZC6gACLcBGAs/s1600/

ໃນຕອນທ້າຍທ່ານ ສຸລິວັນ ສະຫວັດທະສິນ ກ່າວວ່າ: ຄວາມພ້ອມທີ່ຈະປະກາດເມືອງປາກເຊ ເປັນນະຄອນປາກເຊ ແມ່ນພ້ອມ 100% ເຊິ່ງທາງອໍານາດການປົກຄອງຂອງແຂວງໄດ້ສະເໜີຕໍ່ລັດຖະບານ ໂດຍຜ່ານກະຊວງພາຍໃນ ເພື່ອຂໍອະນຸມັດການຮັບຮອງ ແລະ ປະກາດຕົວເມືອງປາກເຊ ເປັນນະຄອນ. ພ້ອມນີ້ທ່ານເຈົ້າເມືອງຍັງຮຽກຮ້ອງໃຫ້ປະຊາຊົນແຂວງຈໍາປາສັກ ມີສ່ວນຮ່ວມໃນການສ້າງນະຄອນດັ່ງກ່າວດ້ວຍການ ຮັກສາຄວາມສະອາດສວຍງາມ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.



ບໍ່ແມ່ນຄວາມຈິງ!! Unitel ອອກມາໂພສແຈ້ງການແລ້ວ ເລື່ອງການສົ່ງຂໍ້ຄວາມຕໍ່ກັນໃຫ້ຄົບ 30 ຄົນ ແລ້ວຈະໄດ້ດາຕ້າຟຣີ 2 ເດືອນ

Unitel ອອກມາໂພສແຈ້ງການແລ້ວ! ເຜີຍຄວາມຈິງໃຫ້ຮູ້ ກໍລະນີເລື່ອງການສົ່ງຂໍ້ຄວາມຕໍ່ກັນໃຫ້ຄົບ 30 ຄົນ ແລ້ວຈະໄດ້ດາຕ້າຟຣີ 2 ເດືອນ ເຊິ່ງຫຼາຍຄົນກໍອາດຈະຫຼົງເຊື່ອສົ່ງຕໍ່ໃຫ້ກັນ ເຊິ່ງຂໍ້ຄວາມນັ້ນມີໃຈຄວາມວ່າ
“ຈາກສູນ Unitle ທ່ານຈະໄດ້ຮັບດາຕ້າຟຣີເປັນເວລາ 2 ເດືອນ ພວກເຮົາຈະແຈກໃຫ້ທ່ານຖ້າ ແຕ່ທ່ານຕ້ອງສົ່ງຕໍ່ຂໍ້ຄວາມນີ້ໃຫ້ຄົບ30ຄົນ ແລ້ວທ່ານຈະໄດ້ຮັບຂໍ້ຄວາມຈາກພວກເຮົາເມື່ອທ່ານສົ່ງຄົບ ແລ້ວພວກເຮົາຈະສົ່ງ SMS ໄປຍັງຂໍ້ຄວາມຂອງທ່ານ ຂໍຂອບໃຈ”
ແລະລ່າສຸດທາງ Unitel ກໍໄດ້ອອກມາໂພສຊີ້ແຈງຄວາມຈິງແລ້ວ ວ່າບໍ່ເປັນຄວາມຈິງ ດັ່ງນີ້ :




ຄວາມຄືບໜ້າຄະດີຢຶດເງິນ 98 ລ້ານບາດຈາກສອງອ້າຍນ້ອງຊາວລາວ




ເມື່ອວັນທີ 13 ທັນວາ 2017 ເມື່ອເວລາປະມານ 17:00 ໂມງ ທີ່ດ່ານພາສີໜອງຄາຍ ທ່ານ ນິມິດ ແສງອຳໄພ ຫົວໜ້າດ່ານພາສີໜອງຄາຍ ເປີດເຜີຍລາຍລະອຽດພາຍຫຼັງຮ່ວມກັບເຈົ້າໜ້າທີ່ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ເຮັດການສອບສວນທ້າວ ສຸບັນ ອາຍຸ 30 ປີ ແລະ ທ້າວ ຄຳບອນ ອາຍຸ 24 ປີ ສອງອ້າຍນ້ອງຊາວລາວ ທີ່ເຊື່ອງເງິນຈຳນວນ 98 ລ້ານບາດ ຫຼື ປະມານ 25 ຕື້ກີບ ຕາມສ່ວນຕ່າງໆໃນລົດໂຕໂຢຕ້າ ແລນຄລູເຊີ ໂດຍມີທະນາຍຄວາມຮ່ວມຮັບຟັງການສອບສວນຂອງເຈົ້າໜ້າທີ່ພ້ອມ ການສອບສວນໃນເທື່ອນີ້ໃຊ້ເວລາດົນກວ່າ 3 ຊົ່ວໂມງ ກ່ອນທີ່ ຫົວໜ້າດ່ານພາສີໜອງຄາຍລະບຸ ເງິນຈຳນວນ 98 ລ້ານບາດທີ່ຢຶດໄດ້ຈາກສອງອ້າຍນ້ອງຊາວລາວ ເປັນເງິນໃນທຸລະກິດທີ່ມີແຫລ່ງທີ່ມາບໍ່ຊັດເຈນຢູ່ລາວ ຍອມຈ່າຍຄ່າປັບໃໝ ຮັບເງິນຄືນ 4 ລ້ານບາດ ຫຼື ປະມານ 1 ຕື້ກີບ (ສ່ວນທີ່ເຫຼືອມອບໃຫ້ເປັນຊັບສິນແຜ່ນດິນໄທ)
ຕາມຫຼັກການຂອງການແລກປ່ຽນເງິນຕາ(ຢູ່ໄທ)ມີໂທດກຳນົດໄວ້ຢ່າງຊັດເຈນຢູ່ແລ້ວວ່າ ຫາກນຳເງິນເກີນ 450.000 ບາດ ແຕ່ບໍ່ເກີນ 2 ລ້ານບາດ ອອກນອກປະເທດ ອັດຕາໂທດປັບໃໝ 20.000ບາດ ສົ່ງຄືນໃຫ້ຜູ້ຖືກຫາໄປ 2 ລ້ານບາດ ກໍລະນີນີ້ຈະເປັນໂທດປັບໃໝທັງໝົດ 40.000 ບາດ ສົ່ງຄືນໃຫ້ຜູ້ຖືກຫາບໍ່ເກີນ 4 ລ້ານບາດ ຫຼື ເຫຼືອປະທານ 3.960.000 ບາດ ສ່ວນທີ່ເຫຼືອ 94 ລ້ານບາດ ຕ້ອງຍົກເປັນຊັບສິນຂອງແຜ່ນດິນໄທ
ການກະທຳຂອງສອງອ້າຍນ້ອງຊາວລາວມີລັກສະນະແມ່ນນຳເງິນໂດລາມາຂາຍ ບໍ່ແມ່ນການແລກເງິນ ທະນາຄານກໍ່ຮັບຊື້ໄວ້ດ້ວຍສະກຸນເງິນບາດໄທ ແຕ່ຖ້າເປັນການແລກປ່ຽນເງິນ ແມ່ນເງິນ 200.000ບາດ ກໍ່ຕ້ອງລາຍງານສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ ໃຫ້ຮູ້ບຸກຄົນທີ່ນຳມາແລກຕ້ອງມີເອກະສານຢືນຢັນຕົວຕົນແທ້.
ທັງສອງອ້າຍນ້ອງຊາວລາວແມ່ນມີບໍລິສັດແລກປ່ຽນເງິນເທ້ ຈິ່ງສາມາດເກັບຮວບຮວມເງິນໂດລາມາແລກເປັນຈຳນວນຫຼາຍໄດ້ ແຕ່ຍັງບ່ໍໄດ້ຊື່ທີ່ຄົບຖ້ວນ ທາງເຈົ້າໜ້າທີ່ເຊື່ອວ່າເປັນການເປີດບໍລິສັດຮັບແລກເງິນເພື່ອບັງໜ້າ ເພື່ອປິດປັງບາງຢ່າງ ເຊິ່ງເປັນເງິນມີທີ່ມາບໍ່ຊັດເຈນ
ຂະນະດຽວກັນນີ້ທັງສອງຄົນຍັງບໍ່ສາມາດເດີນທາງກັບປະເທດໄດ້ ໂດຍບໍ່ມີກຳນົດ ຈົນກວ່າກົມພາສີຈະເຫັນດີ ຫຼື ບໍ່ເຫັນດີກັບການລະງັບຄະດີຂອງພາສີໜອງຄາຍ ຫຼື ມີຄຳສັ່ງຢ່າງອື່ນຈິ່ງເປັນທີ່ຢຸດຕິຂອງຄະດີ ຫາກກົມພາສີຮັບຄະດີກໍ່ຈະມີການປຽບທຽບປັບທີ່ດ່ານພາສີໜອງຄາຍໄດ້ທັນທີ ສ່ວນເງິນ 98 ລ້ານບາດ ຈະນຳໄປຝາກໄວ້ກັບທະນາຄານກຸງໄທ ເຊິ່ງເປັນລະບົບບັນຊີຂອງດ່ານພາສີໜອງຄາຍ ທີ່ສາມາດໂອນເປັນລາຍໄດ້ແຜ່ນດິນໄດ້.
ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ




ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງການເຕືອນໄພອາກາດໜາວ ທົ່ວທຸກພາກຂອງປະເທດລະຫວ່າງ 17-23 ທັນວາ 2017 ນີ້

https://blogger.googleusercontent.com/img/b/R29vZ2xl/AVvXsEj80r3swftXkprVFcvFe3Krdm45aBipmOsz4b2HWcYQxepIv7sf-anU9HBqTab3K2soLkl-WQeVWi1zJwz-Llurk7TuWLq3yiimk1c_6ayXJLebrY5iPzYxaHlVLUujOgsp-4XAmjMBulQ/s1600/



ກົມອຸຕຸນິຍົມ ແລະ ອຸທົກກະສາດ ເລກທີ 1202/ກອຕທ ລົງວັນທີ 15 ທັນວາ 2017 ລະບຸວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມ, ສົມທັບກັບກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 17 ຫາ 23 ທັນວາ 2017. ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 3-5 ອົງສາ ໃນແຕ່ລະພາກ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູດອຍບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ເມືອງດາກຈິງ ແລະ ເພດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ.

ສະເພາະແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ໃນວັນທີ 18-19 ທັນວາ 2017 ອຸນຫະພູມອາກາດຈະຫຼຸດລົງ 6-8 ອົງສາ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນຫຼາຍ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົນອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 2 ຫາ 4 ວັນຕໍ່ໜ້ານີ້. ສໍາລັບເນື້ອໃນຂອງລາຍລະອຽດແຈ້ງການມີດັ່ງລຸ່ມນີ້  : 



https://blogger.googleusercontent.com/img/b/R29vZ2xl/AVvXsEgSp9DgIGn5f_ulWKxmH_9EmCTFwYOyXqn5_68x2dluAXJu2V_0BzkudHB2qMjm_ZVkZRkg_XxTlmdC1Gbe71vs6uUkyQ9navMU_zhwDM8UEcyUGxbJgAGQSPb8_47LCPKfeaMU_E0nCag/s1600/


ຂໍ້ຈາກມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ 
-------------------------------------------
@DPT studio-ເດັກພັດຖິ່ນ ດິນແດນໃບຊາ 1000 ປີ

ไม่มีความคิดเห็น:

แสดงความคิดเห็น